ຕາດວັງນ້ຳເຜີ້ງ
"ຕາດວັງນ້ຳເຜີ້ງ"
ຕາດວັງນ້ຳເຜິ້ງ ແມ່ນຫ່າງຈາກຕົວເມືອງ 14 ກມ, ຕັ້ງຢູ່ບ້ານ
ຈຳປາ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ເສັ້ນທາງການເຂົ້າເຖິງແມ່ນສາມາດເດີນທາງໄປດ້ວຍລົດຈັກ ຫຼື ລົດໃຫຍ່ກໍໄດ້.
"ຕາດວັງນ້ຳເຜີ້ງ"
ຕາດວັງນ້ຳເຜິ້ງ ແມ່ນຫ່າງຈາກຕົວເມືອງ 14 ກມ, ຕັ້ງຢູ່ບ້ານ
ຈຳປາ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ເສັ້ນທາງການເຂົ້າເຖິງແມ່ນສາມາດເດີນທາງໄປດ້ວຍລົດຈັກ ຫຼື ລົດໃຫຍ່ກໍໄດ້.
ຕາດວັງນ້ຳເຜິ້ງແມ່ນມີບັນຍາກາດທີ່ດີ,
ຄົນຈະມັກໄປພັກຜ່ອນຢ່ອນໃຈ, ກິນເຂົ້າປ່າ ແລະ ຫຼິ້ນນ້ຳຕາມອັດທະຍາໄສ. ຈະມີນັກທ່ອງທ່ຽວໄປທ່ຽວຫຼາຍສຸດໃນຊ່ວງບຸນເທດສະການຕ່າງໆເຊັ່ນ:
ບຸນເຂົ້າພັນສາ-ອອກພັນສາ ຫຼື ບຸນປີໃໝ່ລາວເປັນຕົ້ນ...
ບໍລິການຢູ່ພາຍໃນຕາດຈະມີ: ເຊົ່າຕູບ (ນ້ອຍ 30,000 ກີບ/ໃຫຍ່
50,000 ກີບ), ບໍລິການເກັບຂີ້ເຫຍື້ອ (30,000 ກີບ), ບ່ອນຈອດລົດ, ຫ້ອງນໍ້າຍິງ-ຊາຍ ແລະ
ຮ້ານອາຫານລາວໄວ້ຄອຍໃຫ້ບໍລິການລູກຄ້າ, ສໍາລັບໃຜທີ່ຕ້ອງການຈະນຳເອົາອາຫານທາງນອກເຂົ້້າໄປກິນຢູ່ຕາດກໍໄດ້.
ສະນັ້ນ, ຈຶ່ງເໝາະກັບການໄປກິນເຂົ້າປ່າເປັນກຸ່ມໝູ່ເພື່ອນ ແລະ ຄອບຄົວທີ່ສຸດ.
ຕາດວັງນ້ຳເຜີ້ງແມ່ນມີການນຳໃຊ້
ICT ທາງດ້ານການບໍລິການຄື:
- ທຸກໆຕູບແມ່ນມີໄຟຟ້າໄວ້ຄອຍບໍລິການລູກຄ້າສາມາດຊົມໃຊ້ໄດ້ບໍ່ວ່າຈະສາກແບັດໂທລະສັບ ຫຼື ສາກຕູ້ເປີດເພງເປັນຕົ້ນ.
- ນຳໃຊ້ Google maps ເພື່ອບົ່ງບອກສະຖານທີ່ຕັ້ງຂອງແຫຼ່ງທ່ອງທ່ຽວ:
- https://www.google.com/maps/place/%E0%B8%95%E0%B8%B2%E0%B8%94%E0%B8%A7%E0%B8%B1%E0%B8%87%E0%B8%99%E0%B9%89%E0%B8%B3%E0%B8%9C%E0%B8%B6%E0%B9%89%E0%B8%87+Laos/@18.0252864,102.452331,16z/data=!4m2!3m1!1s0x3124401d0013d3f9:0xd2213a22b5dc7cdb?hl=en&gl=us
- ນຳໃຊ້ GPS ເພື່ອນຳທາງໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງໄປສະຖານທີ່ທ່ອງທ່ຽວໃນເສັ້ນທາງທີ່ຖືກຕ້ອງ.
- ມີຊ່ອງທາງການຕິດຕໍ່ສອບຖາມຂໍ້ມູນ ຫຼື ຕິດຕໍ່ຈອງຕູບສຳລັບລູກຄ້າຜູ້ທີ່ຈະມາທ່ຽວໄດ້ ທາງເບີໂທ, Email ແລະ Facebook page.
- 1) ສາມາດຕິດຕໍ່ເບີ: 030 5630888, 030 5630999, 020 59912222, 020 55514331, 020 99998998.
- 2) Email: bouthavybounleuth@gamail.com
- 3) Facebook page: https://www.facebook.com/Vangnampherng/?ti=as






ความคิดเห็น
แสดงความคิดเห็น