ຕາດວັງນ້ຳເຜີ້ງ
"ຕາດວັງນ້ຳເຜີ້ງ" ຕາດວັງນ້ຳເຜິ້ງ ແມ່ນຫ່າງຈາກຕົວເມືອງ 14 ກມ, ຕັ້ງຢູ່ບ້ານ ຈຳປາ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ເສັ້ນທາງການເຂົ້າເຖິງແມ່ນສາມາດເດີນທາງໄປດ້ວຍລົດຈັກ ຫຼື ລົດໃຫຍ່ກໍໄດ້. ຕາດວັງນ້ຳເຜິ້ງແມ່ນມີບັນຍາກາດທີ່ດີ, ຄົນຈະມັກໄປພັກຜ່ອນຢ່ອນໃຈ, ກິນເຂົ້າປ່າ ແລະ ຫຼິ້ນນ້ຳຕາມອັດທະຍາໄສ. ຈະມີນັກທ່ອງທ່ຽວໄປທ່ຽວຫຼາຍສຸດໃນຊ່ວງບຸນເທດສະການຕ່າງໆເຊັ່ນ: ບຸນເຂົ້າພັນສາ-ອອກພັນສາ ຫຼື ບຸນປີໃໝ່ລາວເປັນຕົ້ນ... ບໍລິການຢູ່ພາຍໃນຕາດຈະມີ: ເຊົ່າຕູບ (ນ້ອຍ 30,000 ກີບ/ໃຫຍ່ 50,000 ກີບ), ບໍລິການເກັບຂີ້ເຫຍື້ອ (30,000 ກີບ), ບ່ອນຈອດລົດ, ຫ້ອງນໍ້າຍິງ-ຊາຍ ແລະ ຮ້ານອາຫານລາວໄວ້ຄອຍໃຫ້ບໍລິການລູກຄ້າ, ສໍາລັບໃຜທີ່ຕ້ອງການຈະນຳເອົາອາຫານທາງນອກເຂົ້້າໄປກິນຢູ່ຕາດກໍໄດ້. ສະນັ້ນ, ຈຶ່ງເໝາະກັບການໄປກິນເຂົ້າປ່າເປັນກຸ່ມໝູ່ເພື່ອນ ແລະ ຄອບຄົວທີ່ສຸດ. ຕາດວັງນ້ຳເຜີ້ງແມ່ນມີການນຳໃຊ້ ICT ທາງດ້ານການບໍລິການຄື: ທຸກໆຕູບແມ່ນມີໄຟຟ້າໄວ້ຄອຍບໍລິການລູກຄ້າສາມາດຊົມໃຊ້ໄດ້ບໍ່ວ່າຈະສາກແບັດໂທລະສັບ ຫຼື ສາກຕູ້ເປີດເພງເປັນຕົ້ນ. ນຳໃຊ້ Google maps ເພື່ອບົ່ງບອກສະ...